
ຄຳໃບ ສຸວັນນະຊັບ
## ຄວາມຊຳນານທີ່ຫຼາກຫຼາຍ
ສະບາຍດີ, ຂ້ອຍແມ່ນ ອາຈານ ຄຳໃບ ສຸວັນນະຊັບ ມີປະສົບການໃນການສອນ 10+ ປີ ຂ້ອຍມີຄວາມສາມາດດ້ານການບັນຊີ ແລະ ເຕັກໂນໂລຢີ, ມີຄວາມຫຼົງໄຫຼໃນການສ້າງສັນໂຊລູຊັ່ນດິຈິຕອນທີ່ຕອບສະໜອງຄວາມຕ້ອງການຂອງລູກຄ້າ ດ້ວຍພື້ນຖານອັນເຂັ້ມແຂງທັງໃນດ້ານການບັນຊີ ແລະ ຄອມພິວເຕີ, ຂ້ອຍສາມາດເຊື່ອມໂຍງທັງສອງສາດເຂົ້າດ້ວຍກັນເພື່ອພັດທະນາລະບົບທີ່ມີປະສິດທິພາບແລະໃຊ້ງານໄດ້ຈິງ.
## ດ້ານການສຶກສາ
- ຈົບຊັ້ນສູງ ສາຂາ: ການເງິນ-ການບັນຊີ ຈາກວິທະຍາໄລການເງິນພາກໃຕ້.
- ຈົບປະລິນຍາຕຼີ ສາຂາ: ການບັນຊີ-ກວດສອບ ຈາກມະຫາວິທະຍາໄລ ການເງິນ-ການຕະຫຼາດ ນະຄອນໂຮຈິມິນ ສສ ຫວຽດນາມ (ໂຄງການຮ່ວມມືລາວ-ຫວຽດ).
- ຈົບປະລິນຍາໂທ ສາຂາ: ຄອມພິວເຕີ ແລະ ເທັກໂນໂລຢີສາລະສົນເທດເພື່ອການສຶກສາ ຈາກມະຫາວິທະຍາໄລຣາຊະພັດອຸບົນຣາຊະທານີ ປະເທດໄທ.
## ການບໍລິການ
### ການພັດທະນາເວັບໄຊ
ດ້ວຍທັກສະດ້ານການອອກແບບກຣາຟິກແລະການພັດທະນາເວັບ, ຂ້ອຍສາມາດສ້າງເວັບໄຊທີ່ບໍ່ພຽງແຕ່ສວຍງາມແຕ່ຍັງໃຊ້ງານໄດ້ຢ່າງມີປະສິດທິພາບ, ຕັ້ງແຕ່ເວັບໄຊແນະນຳທຸລະກິດໄປຈົນເຖິງແພລັດຟອມອີຄອມເມີສທີ່ຊັບຊ້ອນ.
### ບໍລິການດ້ານບັນຊີ
ຂ້ອຍໃຫ້ບໍລິການດ້ານບັນຊີແບບຄົບວົງຈອນ, ຊ່ວຍໃຫ້ທ່ານສາມາດຈັດການການເງິນໄດ້ຢ່າງເປັນລະບົບ ແລະ ສອດຄ່ອງຕາມຂໍ້ກຳນົດທາງກົດໝາຍ, ບໍ່ວ່າຈະເປັນການວາງລະບົບບັນຊີ, ການບັນທຶກລາຍການ, ຫຼືການຈັດທຳລາຍງານທາງການເງິນ.
### ພັດທະນາຊອຟແວຕາມຄວາມຕ້ອງການ
ຂ້ອຍຮັບອອກແບບແລະພັດທະນາໂປຣແກຣມຕາມຄວາມຕ້ອງການສະເພາະຂອງທຸລະກິດທ່ານ, ບໍ່ວ່າຈະເປັນລະບົບຈັດການສິນຄ້າຄົງຄັງ, ໂປຣແກຣມບັນຊີ, ຫຼືແອັບພລິເຄຊັນສະເພາະທາງອື່ນໆທີ່ຊ່ວຍເພີ່ມປະສິດທິພາບໃນການເຮັດວຽກ.
## ງານອາດິເຣກ
ນອກຈາກຄວາມຊຳນານດ້ານວິຊາຊີບ, ຂ້ອຍຍັງມີຄວາມສົນໃຈທີ່ຫຼາກຫຼາຍເຊັ່ນ:
– *ກະສິກຳສະໄໝໃໝ່*: ການປູກຜັກໄຮໂດຣໂປນິກເປັນງານອະດິເຣກທີ່ຂ້ອຍຫຼົງໄຫຼ, ຊ່ວຍໃຫ້ຂ້ອຍໄດ້ຮຽນຮູ້ກ່ຽວກັບຄວາມຍືນຍົງ ແລະ ການຜະລິດອາຫານທີ່ມີຄຸນນະພາບ
– *ດົນຕີ*: ການຫຼິ້ນດົນຕີ ໂດຍສະເພາະແມ່ນກີຕ້າ, ຮ້ອງເພງ ເຊິ່ງມັນຊ່ວຍໃຫ້ຂ້ອຍໄດ້ຜ່ອນຄາຍ ແລະ ກະຕຸ້ນຄວາມຄິດສ້າງສັນ
– *ກິລາ*: ເປຕັງ ແລະ ແບດມິນຕັນ ຄືກິລາທີ່ຂ້ອຍມັກ, ຊຶ່ງບໍ່ພຽງແຕ່ຊ່ວຍເລື່ອງສຸຂະພາບແຕ່ຍັງສອນເລື່ອງຍຸດທະສາດ ແລະ ການເຮັດວຽກເປັນທີມ
## ແນວທາງການເຮັດວຽກ
ຂ້ອຍເຊື່ອວ່າການຜະສົມຜະສານສາດທີ່ແຕກຕ່າງເຂົ້າດ້ວຍກັນສາມາດນຳໄປສູ່ການສ້າງນະວັດຕະກຳທີ່ແທ້ຈິງ. ການເຮັດວຽກຂອງຂ້ອຍຈຶ່ງເນັ້ນທີ່ການບູລະນາການຄວາມຊຳນານດ້ານບັນຊີ ແລະ ເຕັກໂນໂລຢີເພື່ອພັດທະນາໂຊລູຊັ່ນທີ່ຄອບຄຸມ ແລະ ຕອບສະໜອງຄວາມຕ້ອງການສະເພາະຂອງແຕ່ລະທຸລະກິດ.
ສົນໃຈໃຊ້ບໍລິການຫຼືຕ້ອງການຂໍ້ມູນເພີ່ມເຕີມບໍ? ຂ້ອຍພ້ອມໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອທ່ານໃນການພັດທະນາໂຊລູຊັ່ນທີ່ເໝາະສົມກັບຄວາມຕ້ອງການຂອງທ່ານ.
## ຕິດຕໍ່ຂ້ອຍ
- ເບີໂທລະສັບ: +8562058888985
- ອີເມວ: khambay.sg62@ubru.ac.th
- ເຟສບຸກ: khambai souvannasab
Post Views: 91