ຄຳໃບ ສຸວັນນະຊັບ
Web Developer & UI Designer
ສະບາຍດີ! 👋
ຍິນດີຕ້ອນຮັບເຂົ້າສູ່ພື້ນທີ່ສ່ວນຕົວຂອງຂ້ອຍ ຂ້ອຍເປັນນັກພັດທະນາເວັບໄຊທີ່ຫຼົງໄຫຼໃນການສ້າງສັນປະສົບການດີຈີທັນທີ່ໜ້າປະທັບໃຈ ປະຈຸບັນຂ້ອຍເຮັດວຽກເປັນຄູສອນຄອມພິວເຕີ ຢູ່ທີ່ວິທະຍາໄລການເງິນພາກໃຕ້ ບ້ານໂນນສະຫວ່າງ ນະຄອນປາກເຊ ແຂວງຈຳປາສັກ; ຂ້ອຍຮັບງານສອນຄອມພິວເຕີ, ພັດທະນາເວັບໄຊ, ຮັບເຮັດລະບົບ ແລະ ຂ້ອຍຍັງມີທີມງານທີ່ປຶກສາດ້ານບັນຊີນຳອີກ…
ທັກສະ ແລະ ຄວາມສົນໃຈ
• ມີທັກສະດ້ານການບັນຊີ
– ຈົບຊັ້ນສູງສາຂາ ການເງິນ-ການບັນຊີ ຈາກວິທະຍາໄລການເງິນພາກໃຕ້.
– ຈົບປະລິນຍາຕີສາຂາ ການບັນຊີກວດສອບ ຈາກມະຫາວິທະຍາໄລການເງິນ-ການຕະຫຼາດນະຄອນໂຮຈິມິນ (ເປັນໂຄງການຮ່ວມມືລາວ-ຫວຽດນາມ).
• ມີທັກສະດ້ານຄອມພິວເຕີ
– ຈົບປະລິນຍາໂທສາຂາ ຄອມພິວເຕີ ແລະ ເທັກໂນໂລຢີສາລະສົນເທດເພື່ອການສຶກສາ ຈາກມະຫາວິທະຍາໄລຣາຊະພັດອຸບົນຣາຊະທານີ.
• ມີທັກສະດ້ານໄຟຟ້າ ແລະ ງານ DIY
• ມີຄວາມສົນໃຈ: HTML, CSS, JavaScript, React.js
• ມີຄວາມສົນໃຈ: HTML, CSS, JavaScript, React.js
• ມັກການອອກແບບ UI/UX ລຽບງ່າຍ ແລະ ໃຊ້ງານໃດ້ດີ
• ສົນໃຈເທັກໂນໂລຢີໃໝ່ໆ ແລະ ການພັດທະນາຕົນເອງຢູ່ສະເໝີ
ປະສົບການ
ມີປະສົບການໃນການສອນຫຼາຍກວ່າ 10 ປີ ສອນກ່ຽວກັບ ບັນຊີວິສາຫະກິດ, ຄອມພິວເຕີພື້ນຖານ, ພັດທະນາເວັບໄຊ…
ນອກເໜືອຈາກງານ
ນອກຈາກການສິດສອນແລ້ວຂ້ອຍຍັງມັກການຖ່າຍຮູບ, ບິນໂດຣນ, ຫຼີ້ນດົນຕຼີ ໂດຍສະເພາະແມ່ນກີຕ້າ ແລະ ປູກຜັກໄຮໂດຼໂປນິກເພື່ອກິນ ແລະ ຂາຍນຳອີກ…
ຕິດຕໍ່
Email: khambai.sg62@ubru.ac.th
Website: www.khambai.com
Facebook: khambai souvannasab
Mobile: +8562058888985