ສຳລັບ ຫົວໜ່ວຍທຸລະກິດ ທີ່ມີທະບຽນອາກອນ ຊຶ່ງໄດ້ເສຍອາກອນລາຍໄດ້ໃນອັດຕາ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 29 ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019.
ຈຸນລະວິສາຫະກິດ ໝາຍເຖິງວິສາຫະກິດ :
– ທີ່ບໍ່ແມ່ນ ວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະ;
– ບໍ່ຖືກຈັດເປັນປະເພດວິສາຫະກິດ ຂະໜາດໃຫຍ່ ແລະ
– ບໍ່ຖືກຈັດເປັນປະເພດວິສາຫະກິດ ຂະໜາດນ້ອຍແລະກາງ.
ຕາມທີ່ກຳນົດໄວ້ໃນ ຄຳແນະນຳ ສະບັບເລກທີ 531/ກງ, ລົງວັນທີ 26 ກຸມພາ 2016.
ຊຶ່ງໝາຍຄວາມວ່າ ວິສາຫະກິດ ທີ່ໄດ້ເງື່ອນໄຂຕ່ຳກວ່າ 2/3 ຂອງເງື່ອນໄຂທັງໝົດ ຂອງວິສາຫະກິດຂະໜາດນ້ອຍແລະກາງ ໃຫ້ປະຕິບັດລະບຽບການບັນຊີ ສຳລັບຈຸນລະວິສາຫະກິດ.
ແຕ່ກໍສາມາດສະເໜີນຳໃຊ້ ມາດຕະຖານລາຍງານການເງິນ ສຳລັບວິສາຫະກິດ ທີ່ບໍ່ຮັບໃຊ້ຜົນປະໂຫຍດສາທາລະນະ ຂະໜາດນ້ອຍແລະກາງ.
ນອກນັ້ນ, ຕ້ອງເປັນວິສາຫະກິດ ທີ່ບໍ່ຄວບຄຸມ ໜຶ່ງ ຫຼື ຫຼາຍ ບໍລິສັດໃນກຸ່ມ ແລະ ບໍ່ນຳໃຊ້ເຄື່ອງມືການເງິນແບບສະຫຼັບສັບຊ້ອນ.
ການບັນຊີ ສຳລັບວິສາຫະກິດ ຂະໜາດນ້ອຍທີ່ສຸດ ( ຈຸນລະວິສາຫະກິດ ) ແມ່ນການເກັບກຳ, ບັນທຶກຂໍ້ມູນ, ສະຫຼຸບການເຄື່ອນໄຫວດ້ານການເງິນ ເພື່ອສ້າງເອກະສານລາຍງານການເງິນ ຕາມຫຼັກການພື້ນຖານເງິນສົດ.
ເປົ້າໝາຍການນຳໃຊ້ ລະບຽບການບັນຊີ ສຳລັບຈຸນລະວິສາຫະກິດ ແມ່ນສຳລັບວິສາຫະກິດ ຂະໜາດນ້ອຍທີ່ສຸດ, ຊຶ່ງມີລາຍຮັບ ທຸລະກິດແຕ່ 50 ລ້ານ ຫາ 400 ລ້ານກີບ.
ຈຸນລະວິສາຫະກິດ ຕ້ອງສ້າງເອກະສານລາຍງານການເງິນ ໂດຍນຳໃຊ້ການບັນຊີ ຕາມພື້ນຖານເງິນສົດ,
ບັນດາລາຍການເຄື່ອນໄຫວ ແລະ ເຫດການອື່ນ ຖືກຮັບຮູ້ໃນລາຍການບັນຊີ ພຽງແຕ່ເມື່ອມີ ການຮັບ ຫຼື ຈ່າຍເງິນສົດ (ລວມທັງສິ່ງທຽບເທົ່າເງິນສົດ) ເທົ່ານັ້ນເຊັ່ນ: ໄດ້ຮັບ ຫຼື ຈ່າຍ ເງິນສົດໃນກຳມື, ແຊັກເງິນ, ບັດເຄຣດິດ ຫຼື ໂອນເງິນເຂົ້າບັນຊີທະນາຄານ ຂອງຫົວໜ່ວຍດັ່ງກ່າວ.
ຫຼື ອາດມີການຕິດຕາມ ໜີ້ຕ້ອງຮັບ, ໜີ້ຕ້ອງສົ່ງ, ເຄື່ອງໃນສາງ, ຊັບສິນຕ່າງໆ… ສະເພາະຕ່າງຫາກ ເພື່ອປະກອບໃສ່ບົດອະທິບາຍຊ້ອນທ້າຍ.
ການຈັດປະເພດວິສາຫະກິດ ທີ່ໃຫ້ປະຕິບັດ ລະບຽບການບັນຊີ ສຳລັບຈຸນລະວິສາຫະກິດ ໄດ້ອິງຕາມເງື່ອນໄຂຈັດແບ່ງຂະໜາດວິສາຫະກິດ ໃນດຳລັດວ່າດ້ວຍການຈັດແບ່ງ ຂະໜາດວິສາຫະກິດ ຂະໜາດນ້ອຍແລະກາງ ເລກທີ 25/ລບ ລົງວັນທີ 16 ມັງກອນ 2017 ດັ່ງນີ້:
ການຈັດແບ່ງ ຂະໜາດວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນອິງໃສ່ຈຳນວນແຮງງານ ຫຼື ມູນຄ່າຊັບສິນທັງໝົດ ຫຼື ລວມຍອດລາຍຮັບທຸລະກິດ ປະຈຳປີ ຂອງວິສາຫະກິດ ທີ່ໄດ້ຂຶ້ນທະບຽນ ແລະ ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ( ມາດຕາ 2 ຂອງດຳລັດ ),
ວິສາຫະກິດຂະໜາດນ້ອຍ ແລະ ກາງ ຈັດແບ່ງອອກເປັນ 3 ຂະໜາດ ດັ່ງນີ້:
1. ຈຸນລະວິສາຫະກິດ;
2. ວິສາຫະກິດຂະໜາດນ້ອຍ;
3. ວິສາຫະກິດຂະໜາດກາງ.