ໜ້າໃໝ່ ພາຍໃນຍັງໂລ່ງຄືເກົ່າ Tesla Model Y Launch Series 2025

Tesla Model Y ລົດໄຟຟ້າທີ່ຂາຍດີທີ່ສຸດໃນໂລກ ກຳລັງກຽມພ້ອມເພື່ອເປີດຕົວໃນສະຫະລັດອາເມລິກາ ບໍ່ເທົ່າໃດອາທິດຫຼັງຈາກການເປີດຕົວໃນຕ່າງປະເທດ. Model Y Launch Series ໃໝ່ ປະກົດຢູ່ເວັບໄຊທ໌ຂອງ Tesla ໂດຍມີລາຄາເລີ່ມຕົ້ນທີ່ 59,990 ໂດລາ ຫຼື 2,015,000 ບາດ ສຳລັບ Model Y Launch Series ມາພ້ອມອຸປະກອນເສີມແບບໃໝ່, ໜ້າໃໝ່, ທ້າຍໃໝ່ ແຕ່ພາຍໃນຍັງລຽບງ່າຍແບບຫຼຸດຕົ້ນທຶນຄືເກົ່າ.

ສຳລັບໄລຍະເວລາໃນການສົ່ງມອບ New Tesla Model Y 2025 ໃຫ້ລູກຄ້າທີ່ສັ່ງຈອງ ຕ້ອງລໍຖ້າເຖິງເດືອນມີນາ. New Model Y Launch Series ໃຊ້ລະບົບສົ່ງກຳລັງ Long Range All-Wheel Drive ແລະ Acceleration Boost ຂອງ Tesla, ໄຟໜ້າໃໝ່, ໄຟສ່ອງພື້ນ ແລະ ຕາ Launch Series ຢູ່ແທ່ນສາກໄຟໄຮ້ສາຍ. ລະບົບຄວາມປອດໄພ Full Self-Driving (FSD) ເປັນອຸປະກອນມາດຕະຖານໂດຍບໍ່ມີຄ່າໃຊ້ຈ່າຍເພີ່ມເຕີມ. ການປ່ຽນແປງອື່ນໆ ເຊັ່ນ: ສີພາຍນອກແລະພາຍໃນ, ຂໍເກາະລາກ, ລໍ້ຂະໜາດໃຫຍ່ຂຶ້ນທັງ 19-20 ນິ້ວ.

ເມື່ອລວມເຄຣດິດພາສີລົດໄຟຟ້າຂອງລັດຖະບານອາເມລິກັນ ມູນຄ່າ 7,500 ໂດລາແລ້ວ, ລາຄາຂອງ Model Y ລຸ້ນໃໝ່ໃນສະຫະລັດ ຈະຫຼຸດລົງເຫຼືອ 52,490 ໂດລາ ຫຼື ປະມານ 1,763,000 ບາດ. ປຽບທຽບກັນແລ້ວ Model Y Long Range All-Wheel Drive ລຸ້ນໃໝ່ທີ່ກຳລັງຈະອອກຈຳໜ່າຍ ມີລາຄາເລີ່ມຕົ້ນທີ່ 40,490 ໂດລາ ຫຼື ປະມານ 1,360,000 ບາດ. ເຄຣດິດເງິນພິເສດອຸດໜູນຍານພາຫະນະປອດມົນລະພິດທີ່ເຄີຍມີມາ ປະທານາທິບໍດີທຣຳທີ່ເພິ່ງເຂົ້າຮັບຕຳແໜ່ງເຄີຍລະບຸໄວ້ກ່ອນໜ້ານີ້ວ່າຈະມີການຍົກເລີກເງິນຊ່ວຍເຫຼືອດັ່ງກ່າວ. ຕ້ອງຕາມເບິ່ງກັນຕໍ່ໄປວ່າເມື່ອໄດ້ຮັບການສະໜັບສະໜູນທາງການເງິນຈາກອີລອນ ທຣຳຈະຍັງຍົກເລີກເງິນຊ່ວຍເຫຼືອຫຼືບໍ່!

Tesla Model Y Launch Series ມາພ້ອມລໍ້ຂະໜາດ 19 ແລະ 20 ນິ້ວ, ສີຕົວຖັງ 4 ສີ ເຊັ່ນ: Stealth Grey, Pearl White Multi-Coat, Ultra Red ແລະ Quicksilver. ສີໃໝ່ Glacier Blue ຖືກຍົກເລີກອອກໄປ. ມໍເຕີຄູ່ຂອງລະບົບຂັບເຄື່ອນໄຟຟ້າ ສາມາດລາກເທຣລເລີໄດ້ສູງສຸດ 1,587 ກິໂລກຣາມ.

Tesla Model Y Launch Series ມີໄລຍະທາງແລ່ນໂດຍປະມານ 515 ກມ. ຕາມແບບສະບັບຂອງ Tesla ທີ່ບໍ່ມີການເປີດເຜີຍເຖິງຕົວເລກແຮງມ້າຫຼືແຮງບິດ. Model Y ມໍເຕີຄູ່ ເຮັດຄວາມໄວຈາກ 0 ເຖິງ 100 ກມ/ຊມ ໄດ້ໃນເວລາ 4.4 ວິນາທີ ໂດຍໃຊ້ຟັງຊັນ Acceleration Boost ແລະ ເຮັດຄວາມໄວສູງສຸດໄດ້ 201 ກມ/ຊມ.

Tesla Model Y Long Range All-Wheel Drive ທີ່ບໍ່ມີຟັງຊັນ Acceleration Boost ເຮັດໄລຍະທາງສູງສຸດ 500 ກມ, ອັດຕາເລັ່ງ 0-100 ກມ/ຊມ ໃນ 5.1 ວິນາທີ, ຄວາມໄວສູງສຸດ 217 ກມ/ຊມ, ໄວກວ່າລຸ້ນເກົ່ານ້ອຍໜຶ່ງ.

Model Y ໃໝ່ ສະເປັກສະຫະລັດ ມາພ້ອມການປັບປຸງຮູບລັກພາຍໃນທັງໝົດ, ຈໍສະແດງຜົນຂໍ້ມູນຄວາມບັນເທີງຂະໜາດ 15.4 ນິ້ວ, ເບາະນັ່ງທີ່ອອກແບບໃໝ່ພ້ອມຟັງຊັນລະບາຍອາກາດທີ່ດ້ານໜ້າ, ແຜງໜ້າປັດທີ່ຍົກເຄື່ອງໃໝ່ໝົດ, ໄຟສ່ອງສະຫວ່າງຮອບທິດທາງທີ່ປັບຕັ້ງໄດ້, ໃນອາເມລິກາມີກ້ານໄຟລ້ຽວໃຫ້ໃຊ້ງານອີກດ້ວຍ!

Model Y ໃໝ່ໃນສະຫະລັດ ມີຊ່ວງລ່າງທີ່ປັບແຕ່ງໃໝ່ ເພື່ອເພີ່ມຄວາມສະດວກສະບາຍ, ໃຫ້ການຕອບສະໜອງຂອງພວງມາໄລດີຂຶ້ນ.

Leave a Comment

Your email address will not be published. Required fields are marked *

Share
Scroll to Top