ພິທີເປີດຂະບວນຖີບລົດເພື່ອສຸຂະພາບ ແລະ ເພື່ອ (ໄລຍະທາງຈາກນະຄອນປາກເຊ – ເມືອງປາກຊອງ, 50 ກິໂລແມັດ). ຂະບວນຖີບລົດມີຂຶ້ນໃນວັນທີ 19 ມັງກອນ 2025 ພິທີເປີດ ແລະຈຸດເລີ່ມຕົນໃນການຖີບລົດ ແມ່ນຢູ່ເສັ້ນທາງຕໍ່ໜ້າຫ້ອງວ່າການແຂວງຈໍາປາສັກ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ພ້ອມດ້ວຍການນໍາຂອງແຂວງ ແລະ ນັກກິລາເຂົ້າຮ່ວມ.
ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງ ປະທານສະຫະພັນກິລາລົດຖີບແຂວງຈໍາປາສັກ ໃຫ້ຮູ້ວ່າ: ການຈັດກິດຈະກຳ ຖີບລົດເພື່ອສຸຂະພາບ ໃນມື້ນີ້, ຈຸດປະສົງຫຼັກກໍ່ເພື່ອຂໍ່ານັບຊົມເຊີຍ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ກະກຽມສະເຫຼີມສະຫຼອງສາມວັນປະຫວັດຂອງພັກຂອງ ຊາດໃນປີ 2025 ນີ້ ຄື: ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ທັງເພື່ອເປັນການສົ່ງເສີມ ການທ່ອງທ່ຽວພາຍໃນແຂວງຈຳປາສັກ ໃຫ້ເປັນຂະບວນການຟົດຟື້ນ ດຶງດູດການທ່ອງທ່ຽວໃຫ້ຫຼາຍຂື້ນກວ່າເກົ່າ.
ໂດຍມີຜູ້ເຂົ້າຮ່ວມຂະບວນຖີບລົດຈາກ ຈັງຫວັດອຸບບົນຣາຊະທານີ, ຈາກນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງອັດຕະປື
ແລະ ຈາກສະໂມສອນຕ່າງໆທົ່ວແຂວງຈຳປາສັກ ລວມທັງໝົດ 200 ກວ່າຄົນ.