
ເມື່ອບໍ່ດົນມານີ້ ໂຮງໝໍປະຊາຊົນແຫ່ງມະຫາວິທະຍາໄລອູ່ຮັ່ນ (ປະເທດຈີນ) ໄດ້ຮັບຄົນເຈັບ 2 ຄົນທີ່ເກີດພາວະໄຕວາຍແລະຕັບວາຍຈາກການກິນອະໄວຍະວະທີ່ “ມີພິດຮ້າຍແຮງ” ຂອງປາ
ຄອບຄົວຂອງຄົນເຈັບເລົ່າວ່າ ທ່ານອູ໋ໄດ້ນຳຖົງນ້ຳບີຂອງປາມາແຊ່ກັບເຫລົ້າຂາວຕາມຄຳແນະນຳຈາກອິນເຕີເນັດເພື່ອບຳລຸງຮ່າງກາຍ ຫລັງຈາກນັ້ນບໍ່ດົນ ລາວເລີ່ມມີອາການຮາກ, ຖອກທ້ອງ, ເຈັບຫົວ ແລະ ວິນຫົວ ເມື່ອອາການຮຸນແຮງຂຶ້ນ ຄອບຄົວຈຶ່ງຮີບນຳຕົວສົ່ງໂຮງໝໍປະຊາຊົນແຫ່ງມະຫາວິທະຍາໄລອູ່ຮັ່ນໃນຄືນນັ້ນເພື່ອຮັບການປິ່ນປົວ
ໂຊກດີທີ່ໄດ້ຮັບການປິ່ນປົວທັນເວລາ ເຮັດໃຫ້ທ່ານອູ໋ພົ້ນຂີດອັນຕະລາຍແລະສຸຂະພາບກັບມາຄົງທີ່
ກ່ອນໜ້ານີ້ ໃນຄືນວັນສົ່ງທ້າຍປີເກົ່າ ແຜນກສຸກເສີນຂອງໂຮງໝໍດຽວກັນກໍໄດ້ຮັບຄົນເຈັບອາຍຸ 70 ປີທີ່ມີອາການພິດຈາກການກິນຖົງນ້ຳບີປາ
ຄົນເຈັບຄົນນີ້ເຊື່ອໃນຕຳລາຢາພື້ນບ້ານທີ່ກ່າວວ່າຖົງນ້ຳບີປາສາມາດປິ່ນປົວພະຍາດໄດ້ ຫລັງຈາກກິນເຂົ້າໄປ ລາວເລີ່ມມີອາການຮາກແລະຖອກທ້ອງ ຕ້ອງເຂົ້າຮັບການລ້າງກະເພາະຫລາຍຄັ້ງທີ່ໂຮງໝໍທ້ອງຖິ່ນ ແຕ່ເມື່ອອາການບໍ່ດີຂຶ້ນ ຈຶ່ງຖືກສົ່ງຕົວມາປິ່ນປົວຕໍ່ທີ່ໂຮງໝໍປະຊາຊົນແຫ່ງມະຫາວິທະຍາໄລອູ່ຮັ່ນ
ແພດວິນິດໄສວ່າລາວມີພາວະຕັບວາຍຮຸນແຮງຈາກພິດຂອງຖົງນ້ຳບີປາ ຫລັງການປິ່ນປົວ ຄົນເຈັບຄົນນີ້ສາມາດຟື້ນຕົວແລະອອກຈາກໂຮງໝໍໄດ້
ແພດເປີດເຜີຍ “ອະໄວຍະວະນີ້ຂອງປາມີພິດຮ້າຍແຮງທຽບເທົ່າສານຫນູ”
ແພດລະບຸວ່າ ຖົງນ້ຳບີປາມີພິດຮ້າຍແຮງທຽບເທົ່າກັບສານຫນູ ເນື່ອງຈາກມີສານອັນຕະລາຍຫລາຍຊະນິດ ເຊັ່ນ ກົດນ້ຳບີ, ກົດໄຮໂດຣໄຊຍານິກ, ໂຊດຽມໄຊພຣີນິດຊັລເຟດ, ຮິສຕາມີນ ແລະ ສານພິດອື່ນໆ ເມື່ອເຂົ້າສູ່ຮ່າງກາຍ ສານເຫລົ່ານີ້ສາມາດທຳລາຍອະໄວຍະວະພາຍໃນ ສົ່ງຜົນໃຫ້ເກີດພາວະໄຕວາຍ, ຕັບວາຍ ແລະ ພິດຮຸນແຮງ
ນອກຈາກນີ້ ແພດຍັງລະບຸວ່າ ພິດໃນຖົງນ້ຳບີປາບໍ່ສາມາດຖືກທຳລາຍດ້ວຍຄວາມຮ້ອນຈາກການປຸງອາຫານຫລືການແຊ່ໃນແອລກໍຮໍ ດັ່ງນັ້ນ ບໍ່ວ່າຈະແປຮູບດ້ວຍວິທີໃດກໍຍັງຄົງມີພິດຢູ່
ຖົງນ້ຳບີປານ້ຳຈືດສ່ວນໃຫຍ່ມີພິດ
ເຖິງແມ່ນວ່າຖົງນ້ຳບີປາທຸກຊະນິດຈະບໍ່ໄດ້ມີພິດ ແຕ່ປານ້ຳຈືດທີ່ຄົນມັກກິນ ເຊັ່ນ ປາກາບ, ປາຕະເພຽນດຳ, ປາກິນພືດ ແລະ ປາຕະເພຽນເງິນ ລ້ວນມີສານພິດໃນຖົງນ້ຳບີ ດັ່ງນັ້ນ ເພື່ອຄວາມປອດໄພ ຄວນຫລີກລ້ຽງການກິນຖົງນ້ຳບີປາໂດຍເດັດຂາດ
ອາການຂອງພິດຈາກຖົງນ້ຳບີປາ
ພິດຈາກຖົງນ້ຳບີປາມັກສະແດງອາການຢ່າງວ່ອງໄວ ໂດຍເກີດຂຶ້ນພາຍໃນ 30 ນາທີເຖິງ 6 ຊົ່ວໂມງຫລັງຈາກກິນ ອາການທີ່ພົບ ໄດ້ແກ່:
ອາການທາງລະບົບທາງເດີນອາຫານ: ເຈັບທ້ອງ, ຖອກທ້ອງ, ຄື່ນເຫຍື້າ, ຮາກ ຊຶ່ງມັກເປັນອາການແລກທີ່ເກີດຂຶ້ນພາຍໃນ 1 ຊົ່ວໂມງຫລັງກິນ
ອາການອື່ນໆ: ຕົວເຫລືອງ, ຕາເຫລືອງ, ອ່ອນເພຍ, ເບື່ອອາຫານ, ເຈັບຕັບ, ເຈັບຫລັງ, ຍ່ຽວໜ້ອຍຫລືບໍ່ມີເລີຍ, ໜ້າບວມ, ແຂນຂາບວມ ຊຶ່ງອາດເກີດຂຶ້ນພາຍໃນບໍ່ເທົ່າໃດຊົ່ວໂມງຫລັງກິນ
ຫາກພິດຮຸນແຮງຂຶ້ນ ອາດສົ່ງຜົນໃຫ້ເກີດພາວະໄຕວາຍ, ຕັບວາຍ, ຫົວໃຈວາຍ ແລະ ອະໄວຍະວະຫລາຍລະບົບລົ້ມເຫລວ ຄົນເຈັບອາດເສຍຊີວິດຫາກບໍ່ໄດ້ຮັບການປິ່ນປົວຢ່າງທັນທ່ວງທີ
ຫາກພົບອາການຜິດປົກກະຕິດັ່ງກ່າວຫລັງຈາກກິນຖົງນ້ຳບີປາ ຄວນຮີບໄປພົບແພດທັນທີເພື່ອຮັບການປິ່ນປົວໂດຍໄວທີ່ສຸດ